วันอังคารที่ 2 มิถุนายน พ.ศ. 2558

19 ເຕັກນິກເພື່ອປະສົບຜົນສໍາເລັດໃນການສໍາພາດວຽກ



19 ເຕັກນິກເພື່ອປະສົບຜົນສໍາເລັດໃນການສໍາພາດວຽກ
..........................................
ຈ໊ອບສະບາຍຂໍແນະນໍາ 19 ເຕັກນິກໃຫ້ກັບຜູ້ທີ່ຈະໄປຮ່ວມງານ Job Fair 2015 ລະຫວ່າງວັນທີ 5-6/6/2015 ທີ່ຫໍປະຊຸມແຫ່ງຊາດ(ຫໍປະຊຸມອາເຊັມຫຼັຫ 5) ເພື່ອນໍາເຕັກນິກເຫຼົ່ານີ້ໄປປັບໃຊ້ໃນການສໍາພາດວຽກ:
1.ຄວນວາງແຜນການເດີນທາງໄປເຖີງບ່ອນສໍາພາດວຽກຢ່າງໜ້ອຍ 10 ນາທີ ພ້ອມກັບຮຽນຮູ້ ຫຼື ສັງເກັດລະບົບການເຮັດວຽກ ແລະ ບັນຍາກາດພາຍໃນບໍລິສັດນັ້ນໆເພື່ອເປັນຂໍ້ມູນສໍາລັບສໍາພາດ
2.ຄວນສະແດງຄວາມມີອັດທະຍາໄສ ແລະ ສ້າງຄວາມປະທັບໃຈແລກພົບຕໍ່ພະນັກງານຕ້ອນຮັບ ຫຼື ພະນັກງານທີ່ເຮັດວຽກໃນບໍລິສັດນັ້ນດ້ວຍຄວາມເຄົາລົບ ແລະ ໃຫ້ກຽດສະເໜີ
3.ຄວນທັກທາຍຜູ້ສໍາພາດດ້ວຍຮອຍຍີ້ມ ແລະ ພະ ຍາຍາມຈົດຈໍາຊື່ຜູ້ສໍາພາດເພື້ອເອີ້ນຊື່ໃຫ້ຖືກຕ້ອງ
4.ພະຍາຍາມແນະນໍາຕົນເອງໃຫ້ຜູ້ສໍາພາດຈົດຈໍາ ແລະ ສ້າງຄວາມຄຸ້ມເຄີຍ
5.ຄວນມີຄວາມໜັ້ນໃຈ ແລະ ສັງລວມກິລິຍາມາລະຍາດເພື່ອສ້າງບຸກຄະລິກຂະພາບທີ່ດີ
6. ເວລາສໍາພາດບໍ່ຄວນປະລະສາຍຕາໜີຈາກຜູ້ສໍາພາດ (ສົບສາຍຕາເວລາສໍາພາດສະເໜີ)
7.ຄວນປິດໂທລະສັບໃນຂະນະສໍາພາດ
8.ຄວນຕອບຄໍາຖາມແບບກົງໄປກົງມາດ້ວຍຄວາມຈິງໃຈ ແລະ ບົນພື້ນຖານເປັນຄວາມຈິງ
9.ບໍ່ຄວນກວ່າເຖີງນາຍຈ້າງເກົ່າ ຫຼື ເພື່ອນຮ່ວມງານເກົ່າໃນແງ່ລົບໃນເວລາສໍາພາດ
9.ບໍ່ຄວນຕອບຄໍາຖາມຜູ້ສໍາພາດແບບສັ້ນໆເກີນໄປ ເຊັ່ນ: ເຈົ້າ,ແມ່ນແລ້ວ,ຄິດວ່າແນວນັ້ນຕີ ບັນດາຄໍາເວົ້າເຫຼົ່ານີ້ເປັນຕົ້ນ ແຕ່ຄວນໃຫ້ເຫດຜົນໃນແຕ່ລະຄໍາຕອບສະເໜີ
10. ສຶກສາຂໍ້ມູນບໍລິສັດ ເປັນຕົ້ນ : ວິໄສທັດ ຫຼື ລາຍລະອຽດຕໍາແໜ່ງທີ່ຕົນສະໜັກໃຫ້ດີ
11.ການຕອບຄໍາຖາມບໍ່ຄວນໃຈຮ້ອນຟ້າວຕອບຄວາມວາງທ່າທີໃຫ້ດີ ແລະ ຄິດກ່ອນຕອບສະເໜີ
12.ບໍ່ຄວນຕອບຄໍາຖາມດ້ວຍນໍ້າສຽງແຮງ ຫຼື ຄ່ອຍຈົນເກີນໄປໃນເວລາສໍາພາດ
13.ຄວນກະກຽມເອກະສານທີ່ຄິດວ່າຕ້ອງໃຊ້ໃນການສໍາພາດເພື່ອນໍາໄປສະແດງ ຫຼື ອະທິບາຍເພື່ອສ້າງຄວາມເປັນມືອາຊິບ
14. ຄວນແຕ່ງໂຕໃຫ້ສຸພາບຮຽບຮ້ອຍຕາມລັກສະນະການນຸ່ງຖຶຂອງລາວ
15.ຄວນກະກຽມຄໍາຖາມເພື່ອຖາມຜູ້ສໍາພາດເມື່ອຜູ້ສໍາພາດເປີດໂອກາດໃຫ້ຖາມ
16.ຄວນໃຫ້ຄວາມສົນໃຈເມື່ອຜູ້ສໍາພາດອະທິບາຍ ຫຼື ແນະນໍາຂອຍເຂດໜ້າວຽກ
17.ຄວນຈົບການສໍາພາດດ້ວຍໄມຕີຈິດ ແລະ ຂອບໃຈຜູ້ສໍາພາດ
18. ກ່ອນປິດການສໍາພາດຄວາມຂໍນາມບັດ ຫຼື ເບີພົວພັນກັບ ພ້ອມກັບຈົບທ້າຍດ້ວຍການຂໍຝາກຝັງໂຕເອງໄວ້ເພື່ອໃຫ້ຜູ້ສໍາພາດພິຈາລະນາ
19. ຫຼັງຈາກສໍາພາດແລ້ວ ແລະ ກັບເມືອຮອດເຮືອນຄວນໂທຫາ ຫຼື ສົ່ງອິເມລ໌ຂອບໃຈພາຍໃນມື້ສໍາພາດເລີຍເພື່ອສ້າງຄວາມຈົດຈໍາ, ສະແດງຄວາມເປັນມືອາຊິບ ແລະ ຄວາມກະຕືລືລົ້ນຢາກໄດ້ວຽກນັ້ນແທ້.

ຫັວງວ່າຈະເປັນປະໂຫຍດ ແລະ ເປັນແນວທາງໃຫ້ກັບຫຼາຍທ່ານເພື່ອນໍາໄປປັບໃຊ້ໃຫ້ເກີດຜົນ.
=====================
ຕິດຕາມບົດຄວາມດີໆ ແລະ ເລື່ອງລາວຕ່າງໆກ່ຽວກັບວຽກງານທີ່ນີ້ #Jobsabai'
http://www.positive-khedlub.blogspot.com

ไม่มีความคิดเห็น:

แสดงความคิดเห็น